ຮູຕິ ກ່າວເຕືອນຈະດຳເນີນສົງຄາມບໍ່ມີຂອບເຂດກັບ ອິດສະຣາແອນ
ຕາມຂ່າວສານຊິນຮວາລາຍງານ ວັນທີ 4 ມັງກອນ ນີ້ວ່າ: ຕອນບ່າຍ ວັນທີ 3 ມັງກອນ, ຢູ່ສຳນັກງານ ສປຊ, ທີ່ນະຄອນ
ນິວຢອກ, ປະເທດ ສະຫະລັດອາເມຣິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກປະຊຸມດ່ວນເພື່ອປຶກສາຫາລືກ່ຽວກັບເຫດບຸກ
ໂຈມຕີ ໂດຍບັນດາມືປືນ ຮູຕິ ດຳເນີນຢ່າງລຽນຕິດຢູ່ທະເລແດງ, ໃນຂະນະການປະທະກັນລະຫວ່າງ ອິດສະຣາແອນ ແລະ ຂະ
ບວນການ ອິດສະລາມ ຮາມາດ ຂອງ ປາແລັດສະຕິນ ມີຄວາມສ່ຽງແຜ່ລາມອອກໄປທົ່ວພາກພື້ນ. ທ່ານ ອາຊີນີໂອ ໂດມິງກື
ເລຂາທິການອົງການເດີນເຮືອສາກົນຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງລະງັບໃຈ ແລະ ຫຼຸດຜ່ອນການປະທະກັນ “ເພື່ອຮັບປະ
ກັນຄວາມປອດໄພໃຫ້ບັນດາກຳປັ່ນຢູ່ພາກພື້ນ, ຮັບປະກັນການເດີນເຮືອແບບເສລີ ແລະ ລະບົບສະໜອງ ໄດ້ດຳເນີນໄປເປັນ
ປົກກະຕິ”.
ເນື່ອງຈາກອົງການນີ້ ຈະສືບຕໍ່ຕິດຕາມສະພາບການບວກກັບການຮ່ວມມືຂອງບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື,
ພ້ອມດ້ວຍທະຫານເຮືອ ເຂົ້າຮ່ວມຮັບປະກັນຄວາມໝັ້ນຄົງຢູ່ທະເລ. ໂຄສົກຂອງຂະບວນການ ຮູຕິ ຢູ່ ເຢເມນ ໃຫ້ຮູ້ວ່າ: ຂະ
ບວນການນີ້ ຈະສືບຕໍ່ສະກັດກັ້ນກຳປັ່ນລຳຕ່າງໆຂອງ ອິດສະຣາແອນ ຫຼື ກຳປັ່ນລຳໃດທີ່ໄປຜ່ານ ອິດສະຣາແອນ ເພື່ອເຂົ້າໄປ
ຍັງທະເລແດງ ແລະ ທະເລ ອາຣັບ ຈົນກວ່າເຄື່ອງ ແລະ ຢາຊ່ວຍເຫຼືອໄດ້ຮັບການອະນຸຍາດເຂົ້າເຂດກາຊາ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/01/2024